ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບປະກາດການເລື່ອນຊັ້ນ, ທຽບຊັ້ນໃຫ້ນາຍທະຫານ


    ວັນທີ 15 ກັນຍາ 2023 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານທົ່ວກົມໃຫຍ່
ພະລາທິການກອງທັບ, ເຊິ່ງການປະກາດການເລື່ອນຊັ້ນ, ທຽບຊັ້ນ ດັ່ງກ່າວ ແມ່ນໄດ້ຈັດຂື້ນຢູ່ທີ່ສະໂມສອນໂຮງໝໍສູນກາງ 103 ກອງທັບ ຮັບ
ກຽດເປັນເຈົ້າພາບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງ
ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບ, ຄະນະພັກ-ຄະນະບັນຊາກົມກອງ,
ຫ້ອງການ ແລະ ພະນັກງານນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍພັນໂທ ທອງຈັນ ພົງສີພັນ ຮອງຫົວຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ, ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນ
ຊັ້ນ, ທຽບຊັ້ນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ ໃນພາກ
ທີ II, ໝວດທີ 3 ມາດຕາ 22 ແລະ 23 ວ່າດ້ວຍການເລື່ອນຊັ້ນນາຍທະຫານ, ອີງຕາມການຄົ້ນຄົ້ວາ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງ
ກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ, ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍເອກ ຂື້ນ ຊັ້ນພັນຕີ ຈໍານວນ 51 ສະຫາຍ, ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍໂທ
ຂື້ນຊັ້ນ ຮ້ອຍເອກ ຈໍານວນ 85 ສະຫາຍ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ, ເລື່ອນຊັ້ນ, ທຽບຊັ້ນ ຮ້ອຍຕີ ຂື້ນຊັ້ນ ຮ້ອຍໂທ ຈໍາ
ນວນ 30 ສະຫາຍ ແລະ ຊັ້ນ ວາທີ ຂື້ນຊັ້ນ ຮ້ອຍຕີ ຈໍານວນ 18 ສະຫາຍ, ລວມທັງໝົດ: 184 ສະຫາຍ.

     ໃນໂອກາດ, ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ພິທີການປະກາດ
ເລື່ອນຊັ້ນ, ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ບັນດາສະຫາຍຍາດມາໄດ້, ເຊີ່ງສະແດງເຖີງຄວາມ
ບຸກບືນຫ້າວຫັນ, ຄວາມອົດທົນພະຍາມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານການເມືອງຂອງກົມກອງ ທີ່່ການຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້ຢ່າງມີຜົນສໍາເລັດຈົບງາມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ, ໂດຍສະເພາະຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ, ທຽບຊັ້ນໃໝ່ໃນຄັ້ງນີ້,
ຈົ່ງພ້ອມກັນເອົາໃຈໃສ່ຖືເປັນສໍາຄັນຕໍ່ວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ, ຄົ້ນຄົ້ວາຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ
ປະທານໄກສອນ ພົມວິຫານ, ຝຶກຝົນຫຼຸໍ່ຫຼອມຕົນເອງທາງດ້ານຄຸນສົມບັດ ສິນທໍາປະຕິວັດ, ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍປ່ຽນແປງ
ໃໝ່ຂອງພັກ, ປະຕິບັດທຸກມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ
ຫັນປ່ຽນໂດຍສັນຕິຂອງສັດຕູ, ຕໍ່ຕ້ານ ແລະ ສະກັດກັ້ນໃນການໂຄສະນາບິດເບື່ອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ຮູ້ນໍາໃຊ້ກໍາ
ລັງແຮງສັງລວມຂອງອົງການຈັດຕັ້ງເຂົ້າໃນຂະບວນການ, ມີສະຕິໃນການຮັບຊົມເບີ່ງຂໍ້ມູນຂ່າວສານທາງດ້ານອິນເຕີເນັດ ແລະ ສື່ສັງຄົມອອນລາຍ
ຕ່າງໆ, ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນປະຫວັດສາດຕ່າງໆ ຂອງຊາດ ຂອງພັກ ແລະ ຂອງກອງ ທັບ ໃຫ້
ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນໃນທົ່ວກອງທັບ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 19/09/2023